|
Mambo ແລະ Joomla! ແມມໂບ້ແລະຈູມລ່າ ກໍເປັນ CMS ທີ່ມີຄວາມຄ້າຍກັນ ເວີລ໌ຊັ່ນປະຈຸບັນ Mambo 4.5.x ແລະ Joomla! 1.0x ເຫດຜົນທີ່ທັງ 2 ໂຕຄືກັນເພາະ ທີມເຮັດ joomla ເກີດຄວາມຂັດແຍ້ງກັບຜູ້ກໍ່ກຳເນີດ Mambo ຈຶ່ງແຍກຕົວອອກຈາກທີມແລະມາກໍ່ຕັ້ງ joomla ຂຶ້ນມາ ແຕ່ທີມແມມໂບ້ເອງກໍໄດ້ທີມພັດທະນາໃໝ່ ແລະ CmS ທັງ 2 ໂຕນີ້ ມີພາສາລາວຮອງຮັບ ແລະສາມາດໃຊ້ງານໄດ້ຟີໂດຍບໍ່ມີຄ່າໃຊ້ຈ່າຍ ຄວາມງ່າຍ Mambo ແລະ Joomla! ເປັນ CMS ທີ່ງ່າຍຕໍ່ການໃຊ້ ແລະເຮັດໄດ້ວ່ອງໄວກວ່າ Open Source CMS ອື່ນ ໆ ທີ່ມີຢູ່ໃນປະຈຸບັນ ສາມາດໃຊ້ໄດ້ທັງກັບເວັບໄຊຕ໌ສ່ວນຕົວຂະໜາດນ້ອຍຈົນເຖິງເວັບໄຊຕ໌ ເພື່ອທຸລະກິດຂະໜາດໃຫຍ່ ຊຶ່ງຄວາມງ່າຍທີ່ເປັນຈຸດເດັ່ນຂອງ Mambo ມີດັ່ງນີ້ ການຕິດຕັ້ງແລະການໃຊ້ງານ Mambo ແລະ Joomla! ມີຂັ້ນຕອນການຕິດຕັ້ງທີ່ບໍ່ຊັບຊ້ອນພຽງ 4 ຂັ້ນຕອນ ແລະມີຄຳອະທິບາຍໃນໜ້າຈໍການຕິດຕັ້ງທີ່ຊັດເຈນແລະເຂົ້າໃຈງ່າຍ ນອກຈາກນີ້ຍັງມີຮູບແບບການໃຊ້ງານແບບ Web Interface ຊຶ່ງມີເຄື່ອງມືທີ່ພຽງພໍຕໍ່ຄວາມຕ້ອງການຂອງເວັບໄຊຕ໌ໃນຫຼາຍຮູບແບບ ການອອກແບບ Mambo ແລະ Joomla! ສະຖຽນລະພາບຕໍ່ການອອກແບບໜ້າຕາເວັບໄຊຕ໌ ໂດຍມີເຄື່ອງມືໃນການເລືອກຮູບແບບ Template ສຳລັບໃຊ້ໃນເວັບໄຊຕ໌ຂອງທ່ານໄດ້ໂດຍວິທີງ່າຍ ໆ ແລະປະຫຍັດເວລາພຽງຄິກະດຽວກໍສາມາດປ່ຽນໜ້າຕາເວັບໄຊຕ໌ໄດ້ທັນທີ ນອກຈາກນີ້ຍັງມີຮູບແບບ Template ທີ່ທ່ານສາມາດຫາດາວນ໌ໂຫລດຟີໄດ້ຈາກເວັບໄຊ້ Mambo ຕ່າງ ໆ ຊຶ່ງຊ່ວຍໃຫ້ທ່ານສາມາດນຳມາປະຍຸກຕ໌ໃຫ້ເຂົ້າກັບຄວາມຕ້ອງການໄດ້ງ່າຍຂຶ້ນ ການເພິ່ມເຕິມແລະປ່ຽນແປງເນື້ອຫາ ການເພິ່ມເຕິມຫຼືປ່ຽນແປງເນື້ອຫາບໍ່ວ່າຈະເປັນຮູບພາບ ຫຼື ໂຕອັກສອນ (Content) ກາສາມາດເຮັດໄດ້ໂດຍງ່າຍ ມີລັກສະນະການໃຊ້ງານເປັນແບບ WYSIWYG (what you see in what you get) ເຊັ່ນດຽວກັບ MS Word ຊຶ່ງຜູ້ໃຊ້ບໍ່ຈຳເປັນຕ້ອງມີຄວາມຮູ້ທາງດ້ານ HTML ເຮັດໃຫ້ການເພິ່ມເຕິມຫຼືປ່ຽນແປງເປັນໄປຢ່າງວ່ອງໄວ ບໍ່ຫຍຸ້ງຍາກ ຄວາມປອດໄພຂອງລະບົບ Mambo ແລະ Joomla! ໄດ້ອອກແບບລະບົບບໍລິຫານເວັບໄຊຕ໌ໃຫ້ສາມາດກຳນົດສິດທິຂອງຜູ້ໃຊ້ງານໃນລະດັບຕ່າງ ໆ ກັນ ສຳລັບການເພິ່ມເຕິມ ຫຼື ແກ້ ໄຂເນື້ອຫາໃນສ່ວນທີ່ກຳນົດໄວ້ເຮັດໃຫ້ເພີ່ມລະດັບຄວາມປອດໄພຂອງ ການເຂົ້າເຖິງຂໍ້ມູນຈາກທັງບຸກຄົນພາຍໃນແລະພາຍນອກ ປະສິດທິພາບແລະຄວາມສາມາດຂອງ Mambo ແລະ Joomla! ປະໂຫຍດຫລັກຂອງ Mambo ແລະ Joomla! ຄືການເຮັດໃຫ້ທ່ານສາມາດຈັດການກັບເນື້ອຫາຫຼືຂໍ້ຄວາມ (Content) ໄດ້ໂດຍກົງຜ່ານໜ້າເວັບ ໂດຍຜູ້ບໍລິຫານເວັບຫຼືຜູ້ເບິ່ງແຍງເວັບໄຊຕ໌ບໍ່ຈຳເປັນຕ້ອງມີຄວາມຮູ້ທາງດ້ານໂປແກມ ເຊັ່ນ HTML ໃນການອັບເດດເວັບ ເພາະ Mambo ມີ editor ອອນໄລນ໌ ເຊັ່ນ WYSIWYG editor ໄວ້ເພື່ອການຈັດຮູບແບບຂໍ້ຄວາມຕົວອັກສອນ (Text) ແລະຮູບພາບ ຫຼາຍກວ່ານັ້ນທ່ານບໍ່ຈຳເປັນທີ່ຕ້ອງອັບໂຫລດເອກະສານດ້ວຍໂປແກມ FTP ພຽງແຄ່ຄິກປຸ່ມ apply ໜ້າເວັບຂອງທ່ານກໍຈະອອນໄລນ໌ກຽມພ້ອມຮັບຜູ້ເຂົ້າຊົມທີ່ຈະເຂົ້າມາເບິ່ງໃນເວັບຂອງທ່ານໄດ້ທັນທີ ເຮົາສາມາດໃຊ້ Mambo ແລະ Joomla! ກັບເວັບໄຊຕ໌ໄດ້ຫລາກຫລາຍປະເພດ ເຊັ່ນ - ເວັບທ່າ (Portals) - ເວັບໄຊຕ໌ເຊີງພານິດ (Commercial Websites) - ເວັບໄຊຕ໌ທີ່ໃຊ້ໃນອົງກອນ (Intranet Websites) - ເວັບໄຊຕ໌ທີ່ບໍ່ສະແຫວງຫາຜົນກຳໄລ (Non-Profit Websites) - ເວັບໄຊຕ໌ສ່ວນຕົວ (Personal Websites) - ເວັບໄຊຕ໌ທີ່ສ້າງຈາກ Flash (Integrated Flash Sites) ນອກຈາກນີ້ Mambo ແລະ Joomla! ຍັງສາມາດໃຊ້ງານໄດ້ຫລາຍຢ່າງເຊັ່ນ - ອັບເດດເວັບໄຊຕ໌ດ້ວຍຂ່າວ ບົດຄວາມແລະຮູບພາບ - ງ່າຍຕໍ່ການສ້າງເນື້ອຫາຂອງທ່ານດ້ວຍເມນູ ເຊັ່ນ ຜະລິດຕະພັນ> ຮາດແວລ໌> ເຄື່ອງຫລິ້ນດີວີດີ ຫລືຜະລິດຕະພັນ> ຮາດະແວລ໌> ເຄື່ອງຫລິ້ນຊີດີ - ອັບໂຫລດ MS Word, MS Excel ແລະ Acrobat PDF ເພື່ອໃຫ້ເບິ່ງເອກະສານໄດ້ - ຈັດການ Banner ເຊັ່ນ ໂຄສະນາ - ສ້າງໂພ (ແບບສຳລວດ) - ຈັດການເວັບລິ້ງ - ຈັດການ FAQ - ຈັດການຂ່າວທີ່ຢູ່ໃນຮູບ Flash - ຈັດການກັບ Mutti-media Flash, ແລະໄຟລ໌ຮູບພາບ. jpg,. pif,. bmp ແລະ. png - ຈັດການກັບການປ້ອນເຂົ້າຈາກແຫລ່ງຂ່າວທີ່ມາຈາກເວັບໄຊຕ໌ຕ່າງ ໆ - ຈັດການກັບ Contact ແລະອີເມລຈາກໜ້າຕ່າງ ໆ - ໃຫ້ລະດັບການເຂົ້າເຖິງຂໍ້ມູນ (Access) ກັບຜູ້ໃຊ້ - ຈັດການໜ້າ Archive - ຈັດການ Components, Modules ແລະ Templates ທີ່ພັດທະນາຂຶ້ນມາເພິ່ມເຕິມ ເຊັ່ນ E-Commerce, Forums, ຮູບພາບ ປະຕິທິນ ກຳນົດການ ແລະ Help Desk ເປັນຕົ້ນ *ຄວາມປອດໄພ Mambo ແລະ Joomla! ທັງ ສອງໂຕມີຄວາມປອດໄພໃນການໃຊ້ງານໃນລະດັບດີ ແລະເວັບທີ່ໃຊ້ CMS ທັງ 2 ຕົວມັກຖືກຮ້ອງຈາກ Plugin ເສີມ ຊຶ່ງບາງເທືອເກົ່າຫຼາຍແລະຜູ້ໃຊ້ບໍ່ຍອມອັບເດດ ການໃຊ້ງານ CMS Opensource ຕ້ອງຫມັ່ນອັບເດດຂ່າວສານຄວາມປອດໄພ ແລະຄວນອັບເດດຕາມເວີລ໌ຊັ່ນຕ່າງ ໆ ຂອງ CMS ນັ້ນ
|