|
(Web Content Management System : CMS ) ກໍຄື ລະບົບບໍລິຫານຈັດການເນື້ອຫາເວັບໃຊ້ ຫຼື CMSເປັນໂປຮແກຮມທີ່ມີນັກພັດທະນາເວັບ ໃຊ້້ຈາກທົ່ວໂລກນຳໄປໃຊ້ສ້າງເວັບແບບໄດນາມິກ ເຊິງຊ່ວຍໃຫ້ເຈົ້າຂອງເວັບເວັບໃຊ້ສາມາດເພີ່ມເຕີາມປ່ຽນແປງເນື້ອຫາໄດ້ງ່າຍສະດວກ ແລະ ວ່ອງໄວ ໂດຍບໍ່ຈຳເປັນຕ້ອເສີຍເວລາໄປກັບການຂຽນ ແລະ ພັດທະນາໂປຮແກຮມ ເຮັດໃຫ້ການເຜີຍແຜ່ຂໍ້ມູນຜ່ານເວັບໃຊ້ໃນປະຈຸບັນເປັນໄປຢ່າງມີປະສິດທິພາບ ຫຼາຍຍິ່ງຂື້ນ ນອກຈາກນີ້ຍັງສາມາດກຳຫນົດຫນ້າຕາ (Template) ເພີ່ມ ຫຼື ລົດເມນູ ແລະ ໂມດູນຕ່າງ ໆ ທີ່ໃຊ້ໃນເວັບໃຊ້ໄດ້ແບບງ່າຍ ໆ ອີກນຳ ຄວາມຫມາຍຂອງ Content Management System (CMS) ລະບົບການຈັດການເນື້ອຫາຂອງເວັບໄຊຕ໌ (Content Management System : CMS) ຄື ລະບົບທີ່ພັດທະນາຄິດຄົ້ນຂຶ້ນມາເພື່ອຊ່ວຍລຸດຊັບພະ ຢາກອນໃນການພັດທະນາ (Development) ແລະບໍລິຫານ (Management)ເວັບໄຊຕ໌ ບໍ່ວ່າຈະເປັນເລື່ອງຂອງກຳລັງຄົນ ລະຍະເວລາແລະເງີນທອງ ທີ່ໃຊ້ໃນການສ້າງແລະຄວບຄຸມເບິ່ງແຍງໄຊຕ໌ໂດຍສ່ວນໃຫຍ່ແລ້ວ ມັກຈະນຳເອົາ ພາສາສະຄິບຕ໌ (Script languages) ຕ່າງ ໆມາໃຊ້ ເພື່ອໃຫ້ວິທີການ ເຮັດວຽກງານເປັນແບບອັດຕະໂນມັດ ບໍ່ວ່າຈະເປັນ PHP, Perl, ASP, Python ຫຼື ພາສາອື່ນ ໆ (ແລ້ວແຕ່ຄວາມຖະຫນັດຂອງຜູ້ພັດທະນາ) ຊຶ່ງມັກ ຕ້ອງໃຊ້ຄວບຄູ່ກັນກັບໂປແກມເວັບເຊິລ໌ຟະເວີລ໌ (ເຊັ່ນ Apache) ແລະດາຕ້າເບດເຊິລ໌ເວີລ໌ (ເຊັ່ນ MySQL) ລັກສະນະເດັ່ນຂອງ CMS ກໍຄື ມີສ່ວນຂອງ Administration panel(ເມນູຜູ້ຄວບຄຸມລະບົບ) ທີ່ໃຊ້ໃນການບໍລິຫານຈັດການສ່ວນການເຮັດວຽກງານ ຕ່າງ ໆໃນເວັບໄຊຕ໌ ເຮັດໃຫ້ສາມາດບໍລິຫານຈັດການເນື້ອຫາໄດ້ຢ່າງວ່ອງໄວ ແລະເນັ້ນທີ່ການຈັດການລະບົບຜ່ານເວັບ (Web interface)ໃນລັກສະນະຮູບແບບຂອງ ລະບົບເວັບທ່າ (Portal Systems) ໂດຍຕົວຢ່າງຂອງຟັງກ໌ຊັນການເຮັດວຽກງານ ໄດ້ແກ່ ການນຳສະເໜີບົດຄວາມ (Articles), ເວັບໄດເລກທໍລີ (Web directory), ເຜີຍແຜ່ຂ່າວສານຕ່າງ ໆ (News), ຫົວຂໍ້ຂ່າວ (Headline), ລາຍງານສະພາບດິນຟ້າອາກາດ(Weather), ຂໍ້ມູນຂ່າວສານທີ່ໜ້າສົນໃຈ (Informations),ຖາມ/ຕອບບັນຫາ (FAQs), ຫ້ອງສົນທະນາ (Chat), ກະດານຂ່າວ (Forums), ການຈັດການໄຟລ໌ໃນສ່ວນດາວໂຫລດ (Downloads), ແບບສອບຖາມ (Polls), ຂໍ້ມູນສະຖິຕິຕ່າງ ໆ (Statistics) ແລະສ່ວນອື່ນ ໆອີກຫລວງຫລາຍທີ່ສາມາດເພິ່ມເຕິມດັດແປງ ແກ້ໄຂແລ້ວປະຍຸກຕ໌ນຳມາໃຊ້ງານໃຫ້ເໝາະສົມຕາມແຕ່ຮູບແບບແລະປະເພດຂອງເວັບໄຊຕ໌ນັ້ນ ໆ ຄວາມສາມາດຂອງລະບົບ CMS 1. ການດາວໂຫລດເອກສານທີ່ຢຸ່ໃນຮູບແບບ MS Word MS Excel ແລະ Acrobat PDF 2. ການຈັດການປ້າຍໂຄສະນາ 3. ການຈັດການຂໍ້ມູນຂ່າວສານເພື່ອການສະແດງຜົນຂໍ້ມູນໃນຮູບແບບຕ່າງ ໆ ເຊັ່ນ Flash ຫຼືອາດເປັນການດຶ່ງຂໍ້ມູນຂ່າວສານຈາກເວັບອື່ນ ລວມຮອດການຈັດການເກັບຂໍ້ມູນຂ່າວສານທີ່ຜ່ານມາແລ້ວ 4. ການຈັດການໄຟລ ພາບ ແລະ ສຽງ (Multimedia) 5. ການສຳຫຼວດຄວາມຄິດເຫັນ (Poll) 6. ການຈັດການສ່ວນປະກອບຕ່າງ ໆ ທີ່ຖືກພັດທະນາ o ເວັບບອດ (Forum) o ການສະແດງກິດຈະກຳ ແລະ ງ່ານຕ່າງ ໆ ໃນຮູບແບກຳຫນົດການແລະປະຕິທິນ (Event and Calendar) o ການສ້າງແລະຈັດການແບບຟອມໃນຮູບແບບຕ່າງ ໆ o ລະບົບ Help Desk ເພື່ອໃຊ້ໃນການແຈ້ງຊ້ອມແປງອຸປະກອນ ຫຼື ແຈ້ງຄຳຂໍອື່ນ ໆ ທີ່ກ່ຽວຂ້ອງກັບການດຳເນີນງານ ແລະ ການໃຫ້ບໍລິຫານຂອງອົງກອນ o ລະບົບສະແດງແລະຂາຍສິນຄ້າ (E-Commerce) ເປັນຕົ້ນ ປະໂຍດຂອງ CMS § ຜູ້ໃຊ້ບໍ່ຈຳເປັນຕ້ອງມີຄວາມຮູ້ທາງດ້ານໂປຮແກຮມ ເນື່ອງຈາກຫນ້າຈໍໂຕ້ຕອບກັບຜູ້ໃຊ້ງານເຂົ້າໃຈໄດ້ງ່າຍ ເຮັດໃຫ້ເຈົ້າຫນ້າທີ່ທຸກຄົນສາມາດອັບເດດເວັບໃຊ້ໄດ້ເອງ § ສາມາດກະຈາຍ ແຈກຈ່າຍວຽກງານໃນການອັບເດດເວັບໃຊ້ໄດ້ ເຮັດໃຫ້ການເຮັດວຽກສະດວກສະບາຍ ວ່ອງໄວ ຫຼາຍຂື້ນ § ລົດເວລາໃນການພັດທະນາແລະການອັບເດດເວັບໃຊ້ ເນື່ອງຈາກ CMS ມີລະບົບທີ່ຊ່ວຍໃຫ້ການເພີ່ມເຕີ່ມຫຼືປັບປ່ຽນ ປ່ຽນແປງ ຂໍ້ມູນເທິງເວັບໃຊ້ເຮັດໄດ້ງາຍ ຄື ການໃຊ້ໂປຮແກຮມ Word ທົ່ວໄປ ເຮັດໃຫ້ບໍ່ເສີຍເວລາໃນການຂຽນໂປຮແກຮມຄືການພັດທະນາລົບເກົ່າ § ສາມາດປ່ຽນແປງຫນ້າຕາແລະຂໍ້ມູນຂອງເວັບໃຊ້ໄດ້ສະດວກວ່ອງໄວ ແລະແຍກສ່ວນແກ້ໄຂໄດ້ ບໍ່ຈຳເປັນຕ້ອງແກ້ໄຂທຸກສ່ວນຄືການໃຊ້ເວັບໃຊ້ທີ່ພັດທະນາດ້ວລະບົບເກົ່າ ການແກ້ໄຂກໍເຮັດໄດ້ໂດຍງ່າຍ ເຊັ່ນ ການປ່ຽນຫນ້າຕາເວັບໃຊ້ ຫຼື Template ສາມາດເຮັດໄດ້ໂດຍການຄິກຫຼືແກ້ໄຂໃນເວັບກໍແກ້ໄຂ Link ໃນເວັບກໍແກ້ໄຂພຽງຈຸດດຽວລະບົບກໍຈະແກ້ໄຂໃຫ້ຫມົດ ເປັນຕົ້ນ § ສຳຫຼັບ Web Based CMS ຈະຊ່ວຍອຳນວຍຄວາມສະດວກໃຫ້ຜູ້ໃຊ້ສາມາດອັບເດດເວັບໃຊ້ຂອງໂຕເອງໄດ້ທຸກທີ່ ທຸກບອນ ທູກເວລາທີ່ສາມາດເຊື່ອມຕໍ່ກັບ Internet ເຊິ່ງຈະເຮັດໃຫ້ຜູ້ໃຊ້ຫມັ້ນໃຈໄດ້ວ່າ ເວັບໃຊ້ຂອງຕົນເອງມີຄວາມທັນສະໄຫມຢູ່ສະເໝີ ເພື່ອໃຫ້ອົງກອນຕ່າງ ໆ ສາມາດມີລະບົບບໍລິຫານຈັດການຂໍ້ມູນເວັບໃຊ້ ຫຼື CMS ສຳຫຼັບການເພີ່ມຂີດ ຄວາມສາມາດໃນການບໍລິຫານຈັດການຂໍ້ມູນຂອງອົງກອນ ທາງທີມງານ LaoOepnsource, LaoZaa, Gamer Hard Core ຈຶ່ງເຂົ້າຮ່ວມການພັດທະນາ ແລະ ໄດ້ສະໜັບສະໜູນການໃຊ້ງານ Open Souce CMS ທີ່ໄດ້ລວບລວມຄວາມສາມາດຂອງ CMS ພ້ອມກັບປະສານຂໍ້ດີຂອງ ຊອບແວ Open source ເຂົ້າໄວ້ນຳກັນ ເຊິງມີປະໂຫຍດຕໍ່ອົງກອນທີ່ໃຊ້ດັ່ງຕໍ່ໄປນີ້ ປະໂຫຍດຂອງ Open Source CMS ຊວຍເພີ່ມຄວາມສາມາດໃນການບໍລິຫານຈັດການຂໍ້ມູນ ü ຊ່ວຍໃຫ້ການອັບເດດຂໍ້ມູນຕ່າງ ໆ ເຮັດໄດ້ແບບງ່າຍດາຍ ສົ່ງຜົນໃຫ້ການເຜີຍແຜ່ຂໍ້ມູນເປັນໄປຢ່າງ ຖືກຕ້ອງ ແລະ ແນ່ນອນ ü ເພີ່ມຄວາມສາມາດໃນການຕອບສະຫນອງຄວາມຕ້ອງການຂອງຜູ້ເຂົ້າຊົມເວັບໃຊ້ ü ງ່າຍຕໍ່ການພັດທະນາ ແລະ ການປະຍຸກໃຊ້ ເນື່ອງຈາກເປັນຊອບແວເປີດເຜີຍລະຫັດ ເຮັດໃຫ້ມີອິດສະຫຼະໃນການແກ້ໄຂຫຼືປ່ຽນແປງໂຕໂປຮແກຮມໃຫ້ເຫມາະສົມກັບຄວາມຕ້ອງການໄດ້ດີຂື້ນ ü ມີ ລະບົບປະຕິບັດການ (Platform) ໃຫ້ເລືອກຫຼາຍ ໆ ບໍ່ຈຳກັດຢູ່ລະບົບໃດລະບົບຫນື່ງ ü ງ່າຍຕໍ່ການເຊືອມໂຍງລະບົບຕ່າງ ໆ ເຂົ້ານຳກັນຈາກການເປີດເຜີຍລະຫັດ (Source Code) ທີ່ພັດທະນາ ü ມີກຸ່ມຜູ້ໃຊ້ຈາກທົ່ວໂລກໃຫ້ການຊ່ວຍເຫລືອເປັນຈຳນວນຫຼາຍ ü ຜູ້ໃຊ້ບໍ່ຈຳເປັນຕ້ອງມີຄວາມຮູ້ທາງດ້ານໂປຮແກຮມ ü ສາມາດກະຈາຍວຽກງານໃນການອັບເດດເວັບໃຊ້ໄດ້ ເຮັດໃຫ້ການເຮັດວຽກສະດວກສະບາຍ ວ່ອງໄວຍິ່ງຂຶ້ນ ü ສາມາດປ່ຽນແປງຫນ້າຕາ ແລະ ຂໍ້ມູນຂອງເວັບໃຊ້ໄດ້ສະດວກວ່ອງໄວ ແລະແຍກສ່ວນແກ້ໄຂໄດ້ ບໍ່ຈຳເປັນຕ້ອງແກ້ທຸກສ່ວນຄືການໃຊ້ເວັບໃຊ້ທີ່ພັດທະນາລະບົບເກົ່າ ü Web Based CMS ຈະຊ່ວຍອຳນວຍຄວາມສະດວກໃຫ້ຜູ້ໃຊ້ສາມາດອັບເດດເວັບໃຊ້ໂຕເອງໄດ້ທຸກບອນ ທຸກເວລາທີ່ສາມາດເຊື່ອມຕໍ່ກັບ Internet ລົດຄ່າໃຊ້ຈ່າຍ ແລະ ການໃຊ້ຊັບພະຍາກອນ ü ລົດຄ່າໃຊ້ຈ່າຍໃນການບໍລິຫານຈັດການ ເຊັ່ນ ຄ່າໃຊ້ຈ່າຍໃນການຈັດເອກສານເພື່ອສື່ສານໃນອົງກອນ ແລະຄ່າໃຊ້ຈ່າຍທາງດ້ານການຕະຫຼາດ ü ລົດຄ່າໃຊ້ຈ່າຍໃນດ້ານລິຄະສິດໂປຮແກຮມ : ຊ່ວຍໃຫ້ອົງກອນປະຫຍັດຄ່າໃຊ້ຈ່າຍກໃນການໃຊ້ໂປຮແກຮມ ü ປະຍັດເວລາໃນການພັດທະນາ ແລະບໍລິຫານຈັດການຂໍ້ມູນໃນເວັບໃຊ້ ໂດຍຜູ້ທີ່ບໍ່ມີຄວາມຮູ້ເລື້ອງການຂຽນໂປຮແກຮມກໍສາມາດຈັດຫາ ສ້າງເວັບໃຊ້ແລະອັບເດດຂໍ້ມູນເອງໄດ້ ü ສາມາດແບ່ງປັນຊັບພະຍາກອນທີ່ມີຢຸ່ພາຍໃນອົງກອນຫຼືລະຫວ່າງອົງກອນຈາກການໃຊ້ Code ທີ່ພັດທະນາຂື້ນຮ່ວມກັນໄດ້
|