|
Written by Administrator
|
|
Monday, 20 October 2008 08:01 |
|
ພວກເຮົາແມ່ນໃຜ
ພວກເຮົາເປັນພຽງກຸ່ມໄອທີ່ ໃນປະເທດລາວ ໃນວົງການນ້ອຍ ໆ ທີ່ພະຍາຍາມ ລະດົມຄົນ, ລະດົມສະມອງ, ເງິນທອງ ແລະ ສັບສິນໃນການພັດທະນາຂື້ນມາເພື່ອໃຫ້ມີປະໂຫຍດ ແລະ ແນວຄິດສ້າງສັນໃຫ້ກັບສັງຄົມລາວໃຫ້ເປັນແບບຢ່າງໃຫ້ກັບເຍົາວະຊົນ, ຊາວຫນຸ່ມໃນການໃຊ້ເວລາວວ່າງໃຫ້ເປັນປະໂຫຍດ ແລະ ປະສິດທິພາບສູງສຸດ ເທົ່າທີ່ຈະເຮັດໄດ້ຕາມຄວາມອົງອາດສາມາດ ພວກເຮົາເປັນນັກສືກສາ ທີ່ມີຄວາມຄິດຢາກຈະເປັນພາກສ່ວນຫນຶ່ງໃນການມີສ່ວນຮວມເຂົ້າໃນການສ້າງສາພັດທະນາປະເທດຊາດ ທາງດ້ານ ເຕັກໂນໂລຍີ ແລະຂໍ້ມູນຂ່າວສານ ເພື່ອໃຫ້ອົງກອນຕ່າງ ໆ ສາມາດມີລະບົບບໍລິຫານຈັດການຂໍ້ມູນເວັບໃຊ້ ຫຼື CMS ສຳຫຼັບການເພີ່ມຂີດຄວາມສາມາດໃນການບໍລິຫານຈັດການຂໍ້ມູນຂອງອົງກອນ ທາງທີມງານ JoomlaLaolao, LaoOpensource.org, Laozaa.com, Gamer Hard Core ຈິງໄດ້ ເຂົ້າຮ່ວມການພັດທະນາ ແລະ ໄດ້ສະຫນັບສະຫນຸນການໃຊ້ Open Source CMS ໄດ້ລວບລວມຄວາມສາມາດຂອງ CMS ພ້ອມກັບປະສົມປະສານຂໍ້ດີຂອງ ຊອບແວ Opensource ເຂົ້າໄວນຳກັນ
ເປັນຫຍັງພວກເຮົາຈິງຢາກມີສ່ວນຮ່ວມໃນການພັດທະນາ Opensource
ມັນກາຄື ກັບເວລາທີ່ ທ່ານ ຢາກ ໄດ້ Software ໃດຊອບແວຫນຶ່ງທີ່ມີລິຄະສິດ ຖ້າ ທ່ານໄດ້ມັນມາຟີ ກາດີ ແຕ່ ທ່ານກໍເຮັດໄດ້ ແຕ່ນຳໃຊ້ມັນພຽງໂຕທ່ານຜູ້ດຽວເທົ່ານັ້ນ ຖ້າ ທ່ານສາມາດ ກ໋ອບປີ້ ແຈກຫມູ່ ເພື່ອນໄດ້ໂດຍບໍ່ຜິດກົດຫມາຍ ແຮງເປັນການດີຂຶ້ນໄປອີກ ແຕ່ຖ້າ ທ່ານໄດ້ໄຟລ໌ຕົ້ນສະບັບມາເລີຍ ກາແຮງດີທີ່ສຸດ ເພາະ ທ່ານຢາກຈະ ກ໋ອບປີ້ມັນອອກມາ ທໍໄດ້ກາໄດ້ ຈະແກ້ໄຂມັນຈັງໃດກາໄດ້ ຫລື ພັດທະນາຫນ້າຕາກາໄດ້ ແນວຄິດ ແບບ ນັ້ນແຫລະ ຄື open source
ບໍລິສັດໃຫຍ່ ໆ ກຳລັງຫັນມາເຮັດທຸລະກິດກັບ open source ກັນເປັນການໃຫຍ່ເພາະມັນເປັນຫົນທາງດຽວທີ່ຈະພັດທະນາຊອບແວລ໌ໄດ້ຢ່າງວ່ອງໄວແລະທົນທານໄດ້ຕາມຄວາມຕ້ອງການຂອງຕະຫຼາດ ທີ່ກ້າວໜ້າໄປຢ່າງວ່ອງໄວ Linux ເປັນຕົວຢ່າງທີ່ດີສຸດຂອງຊອບແວລ໌ທີ່ຜ່ານການ open source ມາເປັນລະຍະເວລາດົນຈົນມີຄວາມທົນທານແລະຄວາມວ່ອງໄວໃນການພັດທະນາທີ່ສູງຫລາຍ ເປັນຫຍັງບໍລິສັດໃຫຍ່ ໆ ຕ້ອງຫັນມາ open source ທັງ ໆ ທີ່ຊອດ ໂຄດ ນ່າຈະເປັນເພັດໃນມົງກຸດຂອງບໍລິສັດ ການເປີດຊອດ ອອກມາບໍ່ເປັນການທຸບໝໍ້ເຂົ້າຂອງບໍລິສັດໄປເລີຍ ບໍ່ ເມື່ອ ເບິງໃນ ແງ່ມຸມນີ້ແລ້ວ open source ຈະຕ້ອງມີຄຸນຄ່າ ຫຼາຍກວ່າທີ່ເຮົາຄິດ ແທ້ ໆ
ແມ່ນຫຍັງຄື open source
ຫລັກການຂອງ open source ນັ້ນ ເຂົ້າໃຈງ່າຍທີ່ສຸດ
- ທ່ານມີເສລີພາບທີ່ຈະເຮັດຫຍັງກັບ ຊອບແວທີ່ ທ່ານ ໄດ້ຮັບ ມາ ແຈກເພື່ອນຝູງຍາດພີ່ນ້ອງ ເຮັດຂາຍ ແກ້ໄຂໄວ້ໃຊ້ເອງ ຫລືແກ້ໄຂແລ້ວຈຳໜ່າຍຈ່າຍແຈກກກາໄດ້
- ເພື່ອທີ່ຈະເປີດໂອກາດໃຫ້ ທ່ານສາມາດທີ່ຈະແກ້ໄຂຊອ ບ ແວລ໌ໄດ້ ຊອລ໌ໂຄ້ດຂອງຊອຟ ແວລ ຈະຕ້ອງເປີດເຜີຍສູ່ສາທາລະນະ ພ້ອມ
ແລະຂໍ້ສອງນີ້ຄືທີ່ມາຂອງຄຳ ວ່າ open source ແລະເປັນຈຸດໃຫຍ່ທີ່ເຮົາມັກຈະໃຊ້ຕັດສິນວ່າຊອບແວອີ ຫຍັງ ທີ່ open source ນັ້ນຄືຊອບແວ ທີ່ເປີດເຜີຍຊອດໂຄ້ດອອກມາໃຫ້ສາທາລະນະໄດ້ ນຳໃຊ້ພ້ອມ ແຕ່ຈຸດປະສົງ ຫຼັກຂອງ open source ກໍເພື່ອທີ່ວ່າທຸກຄົນຈະໄດ້ມີໂອກາດທີ່ຈະສາມາດແກ້ໄຂມັນໄດ້ຕາມຄວາມຕ້ອງການ
|
|
ປະຈຸບັນພວກເຮົາໄດ້ເຮັດຫຍັງແດ່
|
|
|
|
|

|
|
|
|
Last Updated on Thursday, 13 August 2009 11:15 |